menu-iconlogo
huatong
huatong
dee-rocvviiv--cover-image

ເຄື່ອງມືພິສູດຄວາມຮັກ

Dee Roc/VVIIVhuatong
লিরিক্স
রেকর্ডিং
ຂ້ອຍໂງ່ຫຼາຍ ໂດຍສະເພາະເລື່ອງຄວາມຮັກ

ນີ້ເປັນອີກຄັ້ງ ທີ່ມີແວວຈະຜິດຫວັງ

ບໍ່ຢາກເປັນ ເຄື່ອງມື

ພິສູດຄວາມຮັກ ໃຫ້ໃຜ

ຊ່ວຍຕອບ ໃຫ້ຂ້ອຍໝັ້ນໃຈ

ໄດ້ບໍ່ ວ່າເຈົ້າລືມເຂົາແລ້ວ

ຂ້ອຍກອດ ເຈົ້າສອງມື

ແຕ່ເຈົ້າຢ່າ ຈັບປາສອງມື

ຢ່າຖິ້ມ ຄວາມຮັກໃນມື

ແລ້ວກັບໄປຫາ ເຂົາເລີຍ

ຂ້ອຍບໍ່ຢາກເຄື່ອງມື ພິສູດຄວາມຮັກ

ພາວະນາຢູ່ໃນໃຈ ບໍ່ໃຫ້ເຂົາກັບມາ

ຕັ້ງແຕ່ມື້ທຳອິດ ຂ້ອຍຮູ້ແລ້ວເຈົ້ານັ້ນມາ

ພຽງເພື່ອຫາເອົາບ່ອນທີ່ພຽງເອົາໄວ້ແຕ່ຂັ້ນເວລາ

ໄດ້ແຕ່ຫວັງວ່າຄົນນັ້ນຂອງເຈົ້າຈະບໍ່ກັບມາ

ຕອນຂ້ອຍຫຼັບຕາ ມັນຍັງຄົງຫຼອນ

ຢ້ານເຈົ້າກັບໄປ ຢ້ານເຈົ້າກັບໃຈ

ຂ້ອຍຕ້ອງເພື່ອໃຈ ອາດເສຍເຈົ້າໄປ

ຖ້າເປັນໄປໄດ້ ຢາກໃຫ້ເຈົ້າຢູ່

ເຈົ້າຢ່າມາຕວັະກັນ I'll let you choose

ເລືອກຂ້ອຍຫຼືເລືອກມັນ It's up to you

ເຮົາໄປບໍ່ເຖິງຝັນ ໃນໃຈຂ້ອຍມັນ

ເຈັບປວດມັນຊໍ້າໃນ I'm feeling pain

ບໍ່ຢາກເປັນ ເຄື່ອງມື

ພິສູດຄວາມຮັກ ໃຫ້ໃຜ

ຊ່ວຍຕອບ ໃຫ້ຂ້ອຍໝັ້ນໃຈ

ໄດ້ບໍ່ ວ່າເຈົ້າລືມເຂົາແລ້ວ

ຂ້ອຍກອດ ເຈົ້າສອງມື

ແຕ່ເຈົ້າຢ່າ ຈັບປາສອງມື

ຢ່າຖິ້ມ ຄວາມຮັກໃນມື

ແລ້ວກັບໄປຫາ ເຂົາເລີຍ

ຂ້ອຍບໍ່ຢາກເຄື່ອງມື ພິສູດຄວາມຮັກ

ບໍ່ຢາກຜິດຫວັງ ຖ້າເຈົ້າມີຄົນໃໝ່

ມັນຕ້ອງເສຍໃຈ ຖ້າກັບໄປຫາຄົນເກົ່າ

ຄວາມຮັກຂອງເຮົາ ມັນເໝືອນເລີ່ມໃໝ່

ເສັ້ນທາງວາງໄວ້ ມັນບໍ່ເໝືອນເກົ່າ

ບໍ່ຢາກເສຍໃຈ ກັບເລື່ອງເກົ່າໆ

ເຈົ້າເຮັດໃຫ້ພັງ ໃນເລື່ອງຂອງເຮົາ

ເກັບຂ້ອຍເອົາໄວ້ ເປັນບ່ອນບັນເທົາ

ເປັນແຄ່ເຄືອງມື ພິສູດຄວາມຮັກຂອງເຈົ້າ

ຂ້ອຍຍັງຮັກກາຄົງຕ້ອງຝືນຕໍ່ໄປ

ຖ້າເຈົ້າໝົດໃຈຂ້ອຍຄົງຝືນນບໍ່ໄດ້

Chat ຂອງເຈົ້າຈັກມີໃຜຕໍ່ໃຜ

ເຮັດແບບໃດ ເຈົ້າຈຶ່ງຈະລືມເຂົາໄດ້

ຂ້ອຍບໍ່ຮູ້ ວ່າຂ້ອຍຈະເປັນຮອງຂອງໃຜ

ທີ່ແນ່ໆ ເຈົ້າຍັງສອງຈິດສອງໃຈ

ປຽນເປັນດັ່ງ ກັບນາງວັນທອງສອງໃຈ

ລຳດັບ ຄວາມສຳຄັນ ຂ້ອຍຢູ່ຮອງໃຜ

ບໍ່ຢາກເປັນ ເຄື່ອງມື

ພິສູດຄວາມຮັກ ໃຫ້ໃຜ

ຊ່ວຍຕອບ ໃຫ້ຂ້ອຍໝັ້ນໃຈ

ໄດ້ບໍ່ ວ່າເຈົ້າລືມເຂົາແລ້ວ

ຂ້ອຍກອດ ເຈົ້າສອງມື

ແຕ່ເຈົ້າຢ່າ ຈັບປາສອງມື

ຢ່າຖິ້ມ ຄວາມຮັກໃນມື

ແລ້ວກັບໄປຫາ ເຂົາເລີຍ

ຂ້ອຍບໍ່ຢາກເຄື່ອງມື ພິສູດຄວາມຮັກ

Dee Roc/VVIIV থেকে আরও

সব দেখুনlogo

আপনার পছন্দ হতে পারে