ເຈົ້າປ່ຽນໃຫ້ຄົນນີ້ເລີ່ມບໍ່ເປັນຕົວເອງ
ເຈົ້າຈີ້ປົມດ້ອຍຈົນຂ້ອຍເລີ່ມຊັງຕົວເອງ
ເຫດຜົນງ່າຍໆທີ່ຂ້ອຍຍອມຝືນຫົວໃຈຕົວເອງ
ເພື່ອໃຫ້ເຈົ້າສະບາຍໃຈ
(ເຈົ້າໜ້າຈະຮູ້ດີແກ່ໃຈ)
ມັນຍາກທີ່ຈະບອກວ່າຊີວິດຂ້ອຍດີ
ແຕ່ບໍ່ໄດ້ຫມາຍຄວາມວ່າມີເຈົ້າແລ້ວບໍ່ດີ
ບໍ່ມີຄຳຫວານທີ່ຫຼວງຫຼອກ
ບອກໄປລອຍໆເພື່ອໃຫ້ເຈົ້າຮູ້ສືກດີ
ອາດຄິດຮອດເຈົ້າບໍ່ຕະຫຼອດ
ເພາະຄິດຫາອະນາຄົດແລະປັດຈຸບັນທີ່ຂ້ອຍມີ
100% ເຈົ້າຄືຄົນດຽວທີ່ຂ້ອຍມີ
ຫວັງວ່າເຈົ້າຈະເຫັນມັນຄວາມຈິງໃຈຈາກຄົນນີ້yeah
ໃຈເຈົ້າບອບບາງຂ້ອຍຕ້ອງຫັດອ່ອນໂຍນ
ຊັ່ງນ້ຳຫນັກແລ້ວຂ້ອຍເລືອກທີ່ຈະອົດທົນ
ມັນໄດ້ບໍ່ຄຸ້ມເສຍຖ້າເສຍເຈົ້າອີກຄົນ
ແລ້ວມີເຫດຜົນຫຍັງທີ່ຕ້ອງຍອມເສຍເຈົ້າໄປ
ອາດຈະແຂງກະດ້າງເເນ່ແຕ່ແບບນີ້ແຫຼະຜູ້ຊາຍ
ຜິດຫວັງ, ເສຍໃຈຂ້ອຍພ້ອມຮັບມັນເອົາໄວ້
ຄວາມສຸກຂ້ອຍມອບໃຫ້ເຈົ້າໄດ້
ແຕ່ຢ່າຝາກມັນທັງຫມົດໄວ້ກັບຂ້ອຍໃດ໋
ທຸກຢ່າງທີ່ເຮັດເຈົ້າຫວັງດີ
That's good for me
ຂ້ອຍຮູ້ດີ
ແຕ່ຂ້ອຍຄົນເກົ່າກ່ອນໜ້ານີ້
ບໍ່ເຫັນດີກັບຄວາມຫວັງດີ
ເຈົ້າເປັນພຽງຄົນທຳມະດາໃນສາຍຕາໃຜຕໍ່ໃຜ
But I know you know
You're my angel
ທຸກຢ່າງທີ່ເຮັດເຈົ້າຫວັງດີ
That's good for me
ຂ້ອຍຮູ້ດີ
ແຕ່ຂ້ອຍຄົນເກົ່າກ່ອນໜ້ານີ້
ບໍ່ເຫັນດີກັບຄວາມຫວັງດີ
ເຈົ້າເປັນພຽງຄົນທຳມະດາໃນສາຍຕາໃຜຕໍ່ໃຜ
But I know you know
You're my angel
ເຈົ້າປ່ຽນໃຫ້ຄົນນີ້ເລີ່ມບໍ່ເປັນຕົວເອງ
ເຈົ້າຈີ້ປົມດ້ອຍຈົນຂ້ອຍເລີ່ມຊັງຕົວເອງ
ເຫດຜົນງ່າຍໆທີ່ຂ້ອຍຍອມຝືນຫົວໃຈຕົວເອງ
ເພື່ອໃຫ້ເຈົ້າສະບາຍໃຈ
(ເຈົ້າໜ້າຈະຮູ້ດີແກ່ໃຈ)
ເຈົ້າປ່ຽນໃຫ້ຄົນນີ້ເລີ່ມບໍ່ເປັນຕົວເອງ
ເຈົ້າຈີ້ປົມດ້ອຍຈົນຂ້ອຍເລີ່ມຊັງຕົວເອງ
ເຫດຜົນງ່າຍໆທີ່ຂ້ອຍຍອມຝືນຫົວໃຈຕົວເອງ
ເພາະຢາກຮັກສາເຈົ້າໄວ້
(ເຈົ້າໜ້າຈະຮູ້ຮັກເຈົ້າຊ່ຳໃດ)
I dont wanna put you in the game
ເຈົ້າກາຍເປັນໂຕເຕັ່ງ
And you know that?
ຂາດເຈົ້າມັນເຮັດຂ້ອຍ Mood swings
And you just like some drug ທີ່ຂ້ອຍໃຊ້ເພື່ອຈະກ່ອມປະສາດ
ພຽງແຄ່ໄດ້ເຫັນຫນ້າກໍມີຄວາມສຸກແລ້ວ
ພຽງແຄ່ໄດ້ເຫັນເຈົ້າມີຄວາມສຸກກໍດີໃຈແລ້ວ
ຖ້າເຈົ້າກັບຄືນມາບໍ່ໄດ້ຂ້ອຍຊິປູທາງ
ຖ້າມັນມີ U Turn ທາງຫນ້າ, Would you return on me?
ຕອນທີ່ຂ້ອຍຮູ້ເຈົ້າມີຄົນອື່ນຂ້ອຍຫົວຮ້ອນບໍ່ໄດ້ເສຍໃຈ
ຂ້ອຍກໍໄດ້ພຽງແຄ່ຄິດວ່າເຈົ້າຊີ ride or die
ຂ້ອຍນີ້ແຫຼະທີ່ຜິດເອງທີ່ຂ້ອຍໃຫ້ເຈົ້າຄວາມເຊື່ອໃຈ
You the one that makes me smile and then make me cry
ເຈົ້າວ່າຕອນແລກຂ້ອຍບໍ່ໄດ້ເປັນຈັ່ງຊີ້
But you know that
ເຈົ້າຫັ້ນແຫຼະເປັນຄົນທີ່ປ່ຽນຂ້ອຍ
ເຈົ້າປ່ຽນໃຫ້ຄົນນີ້ເລີ່ມບໍ່ເປັນຕົວເອງ
ເຈົ້າຈີ້ປົມດ້ອຍຈົນຂ້ອຍເລີ່ມຊັງຕົວເອງ
ເຫດຜົນງ່າຍໆທີ່ຂ້ອຍຍອມຝືນຫົວໃຈຕົວເອງ
ເພາະຢາກຮັກສາເຈົ້າໄວ້
(ເຈົ້າໜ້າຈະຮູ້ຮັກເຈົ້າຊ່ຳໃດ)