menu-iconlogo
huatong
huatong
dee-roc--cover-image

ຮ່ອງຮອຍນັກສູ້ - ร่องรอยนักสู้

Dee Rochuatong
normaj390huatong
Letras
Grabaciones
ທຸກສິ່ງທຸກຢ່າງ ເອີຍ...!

ຕ້ອງມີນ້ຳຕາ ຫວະ...!

ທຸກສິ່ງທຸກຢ່າງ ເອີຍ...!

ຕ້ອງພາວະນາ ຫວະ...!

ທຸກສີ່ງທຸກຢ່າງ ເອີຍ...!

ຕ້ອງມີສັດທາ ຫວະ...!

ທຸກສິ່ງທຸກຢ່າງ ເອີຍ...!

ຕ້ອງເກັ່ງແລະກ້າ ຫວະ...!

ນ້ຳຕາທີ່ໄຫຼອອກມານັ້ນ ບໍ່ໄດ້ໝາຍຄວາມວ່າອ່ອນແອ

ລົ້ມເຫຼວກັບຊີວິດມາຫຼາຍໆຄັ້ງ ບໍ່ໄດ້ໝາຍຄວາມວ່າຂີ້ແພ້

ອົດທົນຝືນສູ້ບໍ່ຖອຍຫຼັງ ເປັນຄົນສູ້ຝັນກັບຊີວິດແທ້

ມີເລື່ອງທຸກໃຈກັບສິ່ງໃດ ມັນກໍ່ຕ້ອງມີທາງແກ້

ປຽບດັ່ງສາຍຝົນທີ່ຫຼັ່ງໄຫຼ ສະລ້າງຄວາມຄິດທີ່ມັນລົບ

ໃຫ້ມັນຈົບໄປກັບເລື່ອງເກົ່າ ບໍ່ຕ້ອງກັບເກັບເອົາມາເວົ້າ

ທີ່ເຮັດໃຫ້ເຮົານັ້ນໂສກເສົ້າ ຄິດວ່າເປັນເລື່ອງທີ່ນ້ຳເໜົ່າ

ປ່ອຍໃຫ້ມັນໄຫລເພື່ອບັນເທົ່າ ຈົບແລ້ວລຸກຂື້ນເຮັດດີກວ່າເກົ່າ

ໜຶ່ງຢົດລົບລ້າງຄວາມເສຍໃຈ

ສອງຢົດລົບລ້າງຄວາມຝັງໃຈ

ສາມຢົດລົບລ້າງຄວາມແຄ້ນໃຈ

ສີ່ຢົດລົບລ້າງຄວາມໄວ້ໃຈ

ຫ້າຢົດລົບລ້າງຄວາມເວົ້າໃຫຍ່

ຫົກຢົດລົບລ້າງທຸກເລື່ອງໄປ

Tear ຢົດທີ່ເຈັດໃຫ້ອະໄພ

ຮອດຢົດທີ່ແປດເລີ່ມຕົ້ນໃໝ່

ບາງເທື່ອຂ້ອຍແພ້ ບາງເທື່ອຂ້ອຍຊະນະ

ມີຄວາມທຸກສຸກປົນເປໄປ

ຈົດຈຳເອົາໄວ້ ບໍ່ມີສິ່ງໃດ

ທີ່ຄົງຢູ່ຕະຫຼອດໄປ

ລວມເຖິງຮ່າງກາຍຂອງເຮົາ

ມື້ຫນຶ່ງມັນຈະກາຍເປັນຂີ້ເທົ່າ

ເຫຼືອເອົ້າໄວ້ ພຽງແຕ່ຈິດວິຍານ ແລະ ຮ່ອງຮອຍຂອງນັກສູ້

ໃຜໆກໍຕ້ອງໄດ້ເຈີມັນ ຄວາມຝັນທີ່ບໍ່ເປັນຈິງ

ປຽບດັ່ງການໂຫນສະລິງ ມີລຸດມີຂາດເປັນບາງຄັ້ງ

ໃນຄ່ຳຄືນທີ່ເມື່ອລ້າ ເຮົາຕ້ອງກ້າທີ່ຈະເຂົ້າໃຈ

ຢ່າໂສກເສົ້າເສຍໃຈໄປ ດຽວມັນກໍຕ້ອງຜ່ານໄປ

ນ້ຳຕາທີ່ໄຫຼອອກມານັ້ນ ໃຫ້ຄິດວ່າມັນເປັນລາງວັນ

ໃຫ້ມັນສະແດງເຖິງພະລັງ ທີ່ເຮົາຍັງສູ້ບໍ່ໄຫວຫວັ່ນ

ໃຫ້ເປັນເໝືອນດັ່ງດວງຈັນ ມີແຈ້ງມີມືດທັງສອງຝັ່ງ

ເບີ່ງຄືບໍ່ມີພະລັງ ແຕ່ມັນສ່ອງແສງໃນຍາມຄ່ຳ

ຄົນເຮົາກໍເຊັ່ນກັນ ມີດຳມີຂາວປະປົນກັນໄປ

ຈະເກັບເລື່ອງນ້ອຍມາໃສ່ໃຈ ເຮົາຄົງກ້າວໄປບໍ່ຮອດໃສ

ໃຫ້ເປັນຄັ້ງໜຶ່ງທີ່ຈົດຈຳ ນ້ຳຕາໜຶ່ງຍົດມັນລຶກລ້ຳ

ມັນເປັນທັງແຮງພັກດັນ ດຶງໃຫ້ເຮົາກ້າວໄປສູ່ຝັນ

ບາງເທື່ອຂ້ອຍແພ້ ບາງເທື່ອຂ້ອຍຊະນະ

ມີຄວາມທຸກສຸກປົນເປໄປ

ຈົດຈຳເອົາໄວ້ ບໍ່ມີສິ່ງໃດ

ທີ່ຄົງຢູ່ຕະຫຼອດໄປ

ລວມເຖິງຮ່າງກາຍຂອງເຮົາ

ມື້ຫນຶ່ງມັນຈະກາຍເປັນຂີ້ເທົ່າ

ເຫຼືອເອົ້າໄວ້ ພຽງແຕ່ຈິດວິຍານ ແລະ ຮ່ອງຮອຍຂອງນັກສູ້

ໃຫ້ເລີ່ມຄິດ ໃຫ້ເລີ່ມຝັນ

ໃຫ້ເລີ່ມເຮັດມັນ ໃຫ້ເອົາໃໝ່

ໃຫ້ເລີ່ມລົງມື ໃຫ້ເລີ່ມສ້າງຊື່

ບໍ່ສົນຂ່າວລື ວ່າຈະເປັນຈັງໃດ

ໃຫ້ເລີ່ມຄິດ ໃຫ້ເລີ່ມຝັນ

ໃຫ້ເລີ່ມເຮັດມັນ ໃຫ້ເອົາໃໝ່

ໃຫ້ເລີ່ມລົງມື ໃຫ້ເລີ່ມສ້າງຊື່

ບໍ່ສົນຂ່າວລື ວ່າຈະເປັນຈັງໃດ

Más De Dee Roc

Ver todologo