+ ຄໍາທີ່ເຈົ້ານັ້ນເຄີຍບອກວ່າຮັກ
ມັນເປັນພຽງຄໍາຫຼອກ
ຫຼອກໃຫ້ຄົນໂງ່ໆຄົນໜຶ່ງເຊື່ອໃຈ
* ຮັກມັນເປັນຄໍາເວົ້າງ່າຍໆຈາກປາກ
ຂອງຄົນທີ່ຄົນທີ່ໃຈຮ້າຍ
ປ່ອຍໃຫ້ຄົນໂງ່ໆຕ້ອງຕາຍ
ຫາກຫຼົງງົມງາຍແບບນັ້ນ
* ບອກກັບຂ້ອຍວ່າຮັກ ບອກກັບເຂົາວ່າຮັກ
ບອກກັບໃຜຕໍ່ໃຜວ່າຮັກ ງ່າຍໆເລື້ອຍໄປ
** ພຽງລົມປາກເປົ່າ ເວົ້າໄປບໍ່ຍາກ
ຫາກພຽງແຕ່ຄິດ ກໍ່ບອກໄປ
ໜຶ່ງຄໍາມັກງ່າຍ ເປົ່າປາກອອກໄປ
ໃຫ້ຄົນທີ່ຫຼົງໄວ້ໃຈ ຕ້ອງເຈັບເກືອບຕາຍ
.......
* ຮັກມັນເປັນຄໍາເວົ້າງ່າຍໆຈາກປາກ
ຂອງຄົນທີ່ຄົນທີ່ໃຈຮ້າຍ
ປ່ອຍໃຫ້ຄົນໂງ່ໆຕ້ອງຕາຍ
ຫາກຫຼົງງົມງາຍແບບນັ້ນ
* ບອກກັບຂ້ອຍວ່າຮັກ ບອກກັບເຂົາວ່າຮັກ
ບອກກັບໃຜຕໍ່ໃຜວ່າຮັກ ງ່າຍໆເລື້ອຍໄປ
** ພຽງລົມປາກເປົ່າ ເວົ້າໄປບໍ່ຍາກ
ຫາກພຽງແຕ່ຄິດ ກໍ່ບອກໄປ
ໜຶ່ງຄໍາມັກງ່າຍ ເປົ່າປາກອອກໄປ
ໃຫ້ຄົນທີ່ຫຼົງໄວ້ໃຈ ຕ້ອງເຈັບເກືອບຕາຍ
- ເຈົ້າພຽງແຕ່ຄິດ ນຶກບອກອອກໄປ
ແຕ່ໃຈເຈົ້ານັ້ນ ບໍ່ເອົາໃຈໃສ່
ກັບຄໍາເວົ້າທີ່ບອກອອກໄປ
ເຈົ້າທໍາໃຫ້ໃຜຕ້ອງເຈັບຊໍ້າ
** ພຽງລົມປາກເປົ່າ ເວົ້າໄປບໍ່ຍາກ
ຫາກພຽງແຕ່ຄິດ ກໍ່ບອກໄປ
ໜຶ່ງຄໍາມັກງ່າຍ ເປົ່າປາກອອກໄປ
ໃຫ້ຄົນທີ່ຫຼົງໄວ້ໃຈ ຕ້ອງເຈັບເກືອບຕາຍ
** ພຽງລົມປາກເປົ່າ ເວົ້າໄປບໍ່ຍາກ
ຫາກພຽງແຕ່ຄິດ ກໍ່ບອກໄປ
ໜຶ່ງຄໍາມັກງ່າຍ ເປົ່າປາກອອກໄປ
ໃຫ້ຄົນທີ່ຫຼົງໄວ້ໃຈ ຕ້ອງເຈັບເກືອບຕາຍ
uploaded by Dao Star Wall's