menu-iconlogo
huatong
huatong
dee-roc-fantasy-cover-image

ວາດຝັນ - Fantasy

Dee Rochuatong
nanajmarthuatong
Paroles
Enregistrements
ວາດຝັນເອົາໄວ້ ນິລັນມັນຄົງກ້າວໄກກ່າວນີ້

ຂ້ອຍມີຄວາມຝັນຫຼາກຫຼາຍ ມັນຢູ່ໃນໃຈເປັນປີ

ຄວາມຮູ້ສຶກດີຂອງເຮົາ ຮູ້ສຶກດີໆມີເຈົ້າ

ຂ້ອຍຫວັງເອົາໄວ ຢາກກ້າວຕໍ່ໄປ ຕະຫຼອດການ

ເຖິງຜ່ານມາ 100 ເລື່ອງລາວ ມີເຈົ້າຄ່ອຍຄຽງຂ້າງກັນ

ຈະຜ່ານທຸກ ຮ້ອນ ຫຼື ໜາວ ກໍຍັງມີເຈົ້າ

ເລີ່ມເຂົ້າໃຈຊີວິດ ທີ່ເຮົາໄດ້ຜ່ານພົ້ນມາ

ເຄີຍຜິດພາດສິ່ງໃດ ມາຫຼາຍເປັນຮ້ອຍ ຫຼື ພັນ

ແຕ່ເຮົາຍັງຢູ່ ຢືນຢູ່ບ່ອນນີ້ ໃຫ້ອະໄພກັນປີຕໍ່ປີ

ສຸດທ້າຍຂ້ອຍກໍເລີ່ມຈະເຂົ້າໃຈ ຄຳວ່າຕະຫຼອດການ

ພ້ອມສູ້ ແລະ ຢາກ ກ້າວຕໍ່

ຫົນທາງໄກ ຕ້ອງເດີນຕໍ່

ຂໍແຄ່ຄວາມຈິງໃຈ ຈາກເຈົ້າກໍພໍ

ເພາະຄວາມຮັກ ມັນຂື້ນໄປກັບສິ່ງນີ້

ທີ່ຂ້ອຍໄດ້ຫວັງເອົາໄວ້

ຂ້ອຍຍັງພະຍາຍາມ ບໍ່ເຄີຍທໍ້

ເຮົາຈະຢູຂ້າງກັນ ຈົນມັນພໍ

ແກ້ໄຂຄວາມຊົງຈຳ ໃຫ້ໄປຕໍ່

ເພາະວ່າຂ້ອຍສັດທາ ກັບສິ່ງທີ່ເປັນຕອນນີ້

ເຖິງຜ່ານມາ 100 ເລື່ອງລາວ ມີເຈົ້າຄ່ອຍຄຽງຂ້າງກັນ

ຈະຜ່ານທຸກ ຮ້ອນ ຫຼື ໜາວ ກໍຍັງມີເຈົ້າ

ເລີ່ມເຂົ້າໃຈຊີວິດ ທີ່ເຮົາໄດ້ຜ່ານພົ້ນມາ

ເຄີຍຜິດພາດສິ່ງໃດ ມາຫຼາຍເປັນຮ້ອຍ ຫຼື ພັນ

ແຕ່ເຮົາຍັງຢູ່ ຢືນຢູ່ບ່ອນນີ້ ໃຫ້ອະໄພກັນປີຕໍ່ປີ

ສຸດທ້າຍຂ້ອຍກໍເລີ່ມຈະເຂົ້າໃຈ ຄຳວ່າຕະຫຼອດການ

Davantage de Dee Roc

Voir toutlogo