menu-iconlogo
huatong
huatong
sophananutdaogx2mildmint--cover-image

ຢ່າມາລໍ້ລົມ อย่ามาล่อลม

Sophana/Nutdao/GX2/Mild/Minthuatong
pixie3671huatong
歌詞
収録
ຢ່າມາລໍ້ລົມ ຢ່າມາປ່ອຍຄາລົມຄົມຄາຍ

ຊິໄປໃສກະໄປ ບໍ່ມັກຜູ້ຊາຍຫົວງູ

ຢ່າມາລໍ້ລົມ ຢ່າມາທຳທ່າວ່າເປັນຄົນດີ

ໜ້າຄືກຸດຈີ່ ນິໄສບໍ່ດີຢ່າມາລໍ້ລົມ

ບໍ່ໄດ້ມາລວງ ບໍ່ໄດ້ມາຫຼອກ ພຽງຢາກຈະບອກເຈົ້າຄົນດີ

ວ່າຂ້ອຍຮັກເຈົ້າແທ້ ຮັກແທ້ຮັກຈິງບໍ່ຄິດຈະຖິ້ມເລີຍ baby

ຮັກເຈົ້າໄປແລ້ວ ມອບໃຫ້ທັງກາຍທັງໃຈ

ໃຫ້ເຈົ້າໄປແລ້ວ ເປັນຄົນອື່ນຄົງບໍ່ໄດ້

ບໍ່ເຊື່ອອ້າຍດອກ ອ້າຍພຽງຢາກເຂົ້າມາຫຼອກກັນ

ຄຳທີ່ອ້າຍບອກ ພຽງຄຳຫຼອກລວງເທົ່ານັ້ນ

ຢ່າມາລໍ້ລົມ ຢ່າມາປ່ອຍຄາລົມຄົມຄາຍ

ຊິໄປໃສກະໄປ ບໍ່ມັກຜູ້ຊາຍຫົວງູ

ຢ່າມາລໍ້ລົມ ຢ່າມາທຳທ່າວ່າເປັນຄົນດີ

ໜ້າຄືກຸດຈີ່ ນິໄສບໍ່ດີຢ່າມາລໍ້ລົມ

ອ້າຍບໍ່ດີຢູ່ບ່ອນໃດ ທີ່ອ້າຍນັ້ນທັກໄປກໍ່ເພາະອ້າຍຢາກຮູ້

ເຈົ້າໄດ້ຍິນມາແຕ່ໃສ ຖ້ອຍຄຳທີ່ໃສ່ຮ້າຍວ່າອ້າຍນັ້ນເຈົ້າຊູ້

ຢາກໃຫ້ເບິ່ງທີ່ການກະທຳຫຼາຍກວ່າ

ມັນຈະວັດໄດ້ເລີຍວ່າໃຜດີໃຜຊົ່ວ

ເພາະວ່າອ້າຍນັ້ນບໍ່ໄດ້ເສແສ້ງ ມັນຄືຄວາມຈິງ

ເພາະວ່າອ້າຍນັ້ນຮັກເຈົ້າແລ້ວເດ

ອ້າຍບໍ່ໄດ້ມາຫຼອກລິງ

ອ້າຍຮັກຈິງແທ້ບໍ່ ຮັກແທ້ກໍ່ໃຫ້ແມ່ມາຂໍ

ແຄ່ຄາລົມຄົງບໍ່ພໍ ຄ່າດອງສິນສອດອ້າຍມີບໍ່

ຫາກອ້າຍນັ້ນບໍ່ມີປັນຫາ ນ້ອງພ້ອມຈະຕົກລົງປົງໃຈ

ຢ່າໃຫ້ນ້ອງຕ້ອງມີນຳ້ຕາ ຮັກສາສັນຍາເດີຈື່ໄວ້

ຢ່າມາລໍ້ລົມ ຢ່າມາປ່ອຍຄາລົມຄົມຄາຍ

ຊິໄປໃສກະໄປ ບໍ່ມັກຜູ້ຊາຍຫົວງູ

ຢ່າມາລໍ້ລົມ ຢ່າມາທຳທ່າວ່າເປັນຄົນດີ

ໜ້າຄືກຸດຈີ່ ນິໄສບໍ່ດີຢ່າມາລໍ້ລົມ

ຢ່າມາລໍ້ລົມ ຢ່າມາປ່ອຍຄາລົມຄົມຄາຍ

ຊິໄປໃສກະໄປ ບໍ່ມັກຜູ້ຊາຍຫົວງູ

ຢ່າມາລໍ້ລົມ ຢ່າມາທຳທ່າວ່າເປັນຄົນດີ

ໜ້າຄືກຸດຈີ່ ນິໄສບໍ່ດີຢ່າມາລໍ້ລົມ