menu-iconlogo
huatong
huatong
avatar

ຄິດຮອດແຟນເກົ່າ (คิดฮอดแฟนเก่า )

BANKhuatong
missgreen2722huatong
가사
기록
ຕັ້ງແຕ່ວັນເຈົ້າມີຜູ່ໃໝ່ໃຈອ້າຍຊິຂາດ

ຕັ້ງແຕ່ວັນທີ່ເຈົ້າຖິ້ມອ້າຍຫົວໃຈຫວັ່ນໄຫວ

ຄົນຢາກໄປຊິເຮັດຈັ່ງໃດ໋ດີ

ຊິເອົາຫຍັງມາມັດກະບໍ່ໄດ້

ອ້າຍໝົດສິດຄອງໃຈຂອງເຈົ້າແມ່ນບໍ

ຕັ້ງແຕ່ວັນອ້າຍເສຍນ້ຳຕາກັບເຈົ້ານໍຫຼ້າ

ຕັ້ງແຕ່ມື້ອ້າຍເບິດປັນຍາຊິດຶງເຈົ້າໄວ້

ເຮັດຈັ່ງໃດ໋ເຈົ້າກະບໍ່ຫວນມາ

ເຖິງເວລາທີ່ເຈົ້າຊິໄປ

ຈຳເປັນຕ້ອງໄດ້ລີ້ໄຫ້ ຢູ່ຂ້າງກຳແພງ

ບໍ່ມີປັນຍາຊິດຶງເຈົ້າໄວ້ ຫົວໃຈເຈົ້າຢູ່ນຳເຂົາ

ຄົນເປັນແຟນເກົ່າ ມື້ນີ້ມັນເບິດເວລາ

ຫົວໃຈອ້າຍນັ້ນກອດເຈົ້າ

ແຕ່ຫົວໃຈເຈົ້ານັ້ນກອດໃຜ

ມັນເຈັບເກືອບຕາຍ

ນ້ຳຕາຊິໄຫຼຍາມຄິດຮອດເຈົ້າເດ

ເຮັດດີຊ່ຳໃດກະບໍ່ໄດ້ໃຈຂອງເຈົ້າ

ຄົນທີ່ເປັນແຟນເກົ່າ ສູ້ເຂົາບໍ່ໄດ້ດອກໜາ

ຈະຍອມປ່ອຍມືເຈົ້າໄປ

ເພາະອ້າຍມັນເບິດປັນຍາ

ເຖິງອ້າຍຮັກເຈົ້າຊ່ຳຟ້າ ກະຮູ້ວ່າ

ດາວມີໄວ້ເບິ່ງ

ບໍ່ມີປັນຍາຊິດຶງເຈົ້າໄວ້ ຫົວໃຈເຈົ້າຢູ່ນຳເຂົາ

ຄົນເປັນແຟນເກົ່າ ມື້ນີ້ມັນເບິດເວລາ

ຫົວໃຈອ້າຍນັ້ນກອດເຈົ້າ

ແຕ່ຫົວໃຈເຈົ້ານັ້ນກອດໃຜ

ມັນເຈັບເກືອບຕາຍ

ບໍ່ມີປັນຍາຊິດຶງເຈົ້າໄວ້ ຫົວໃຈເຈົ້າຢູ່ນຳເຂົາ

ຄົນເປັນແຟນເກົ່າ ມື້ນີ້ມັນເບິດເວລາ

ຫົວໃຈອ້າຍນັ້ນກອດເຈົ້າ

ແຕ່ຫົວໃຈເຈົ້ານັ້ນກອດໃຜ

ມັນເຈັບເກືອບຕາຍ

ນ້ຳຕາຊິໄຫຼຍາມຄິດຮອດເຈົ້າເດ

BANK의 다른 작품

모두 보기logo