menu-iconlogo
huatong
huatong
dee-roc-old-school-cover-image

Old School

Dee Rochuatong
speech_labhuatong
가사
기록
No way... ບໍ່ມີວັນຍອມແພ້

ຫຼາຍຄັ້ງທີ່ອ່ອນແອ

ຈິດໃຈມີບາດແຜ

ແຕ່ນີ້ລະ ຊີວິດ

No way... ບໍ່ມີທາງຍອມແພ້

ທຸກຄັ້ງທີ່ອ່ອນແອ ຂ້ອຍກອດຕົວເອງ

ກູເລີ່ມຈາກບໍ່ມີຫຍັງ ກູຕ້ອງໄດ້ສູ້ໄດ້ຝັນ

ຊີວິດບໍ່ມີຫຍັງພ້ອມ ກູກໍຕ້ອງໄດ້ເຮັດໄດ້ທຳ

ຈະເຈັບຈະປວດກີ່ຄັ້ງ ກູຍັງບໍ່ເຂັດບໍ່ຈຳ

ຈະໄລຕາມມັນໄປ ຈົນຈະສຳເລັດຕາມຝັນ

ນັ່ງຢູ່ໃນຫ້ອງຄົນດຽວ ເຮັດໃຫ້ຄວາມຄິດຝຸ້ງຊານ

ບາງຄັ້ງຄິດຫຍັງບໍ່ອກກ ເພາະກູມືດໄປແປດດ້ານ

ພະຍາຍາມຈະຕັ້ງຄຳຖາມ ວ່າກູເຮັດໄປເພື່ອຫຍັງ

ສຸດທ້າຍກູໄດ້ຄຳຕອບ ວ່າຕ້ອງເຮັດຕາມຄວາມຝັນ

ກູກໍເລີຍລຸກຂື້ນ ແລ້ວຈັບປາກກາມາຂຽນ

ເລີ່ມຮຳທຳນອງ ແລະຈົດລົງໄປໃນປື້ມຂຽນ

ທຸກສິ່ງທຸກຢ່າງ ມັນຕ້ອງໄດ້ໃຊ້ຄວາມພາກພຽນ

ປະສົບການຕ່າງ ກູບໍ່ໄດ້ຮຽນໃນໂຮງຮຽນ

ຊີວິດເຮັດໃຫ້ກູຮູ້ ວ່າມີລົດຊາດທີ່ຂົມ

ກູເລີມເຮັດເພງມາ ກາຖຶກດູຖູກເປັນປົມ

ແຕ່ກູກໍຍັງບໍ່ສົນ ຍັງເຮັດຕໍ່ໄປຈົນເປັນຜົນ

ໄດ້ວຽກອັນໃດມາເຮັດ ກູຍັງທົນເຮັດບໍ່ສົນ

ຈະເປັນກຳມະກອນ ຫຼືວ່າເປັນຊ່າງຖ່າຍພາບ

ກູເຮັດໃຫ້ໄດ້ໝົດ ເພືອເກັບເງິນມາອັດເພງ

ຈະເຮັດວຽກໜັກຊຳໃດ ຫຼືວ່າເປັນອຳມະພາດ

ກູຍອມໄດ້ໝົດ ຂໍແຄ່ຕາມຝັນໄປຈົນເກັ່ງ

ຂອບໃຈ Tongflow ທີ່ຍັງ rap ນຳຕະຫຼອດ

ຄັ້ນບໍ່ມີ Tongflow ຄົງຈະ rap ໄປບໍ່ລອດ

ຂອບໃຈ Snake ທີ່ເປັນນ້ອງຮັກຕະຫຼອດ

ຍັງຊ່ວຍພັກດັນ ໃຫ້ກູເດີນໄປຈົນຮອດ

ຕ້ອງຂໍຂອບໃຈ ທຸກໆຄຳດູຖູກ

ເຮັດໃຫ້ກູຕ້ອງສູ້ ແລະກ້າວອອກມາຢູ່ຈຸດສູງ

ທຸກສິ່ງທີ່ມຶງເວົ້າ ບໍ່ແມ່ນທັງໝົດຈະຖືກ

ບໍ່ຕ້ອງມາເວົ້າ ວ່າມືງຈະຢູ່ເໜືອກູ

ກູຕ້ອງໄດ້ເສຍສະລະ ໃນທຸກສິ່ງທຸກຢ່າງ

ເພື່ອສູ້ໃນເສັ້ນທາງ ທີ່ເລືອກວາງເອົາໄວ້

ຕ້ອງພາຍະຍາມ ສ້າງທຸກສິ່ງທຸກຢ່າງ

ເພື່ອໃຫ້ມີມື້ ທີ່ກູໄດ້ໄປເຖິງເສັ້ນໄຊ

ຕອນທີ່ກູຍັງນ້ອຍກູບໍມີຊື່ມີສຽງ

ເປັນພຽງເດັກຫລັງບໍ່ຄ່ອຍເອົາຫຍັງນຳຮຽນ

ໃຈຮັກກູຮັກດົນຕີ ມັກຫລີ່ນກິຕ້າຕອນຮຽນ

ຟິວມັນກຳລັງມາເລີຍຈັບສໍມາຂຽນ

ກູເລີ່ມຢາກຂຽນພຽງເພາະກູຢາກລະບາຍ

ເເຕ່ງເພງໄປຈີບຜູ້ສາວ ເຂົາວ່າສຽງຄືຄົນສິຕາຍ

ຈາກນັ້ນກູພັດທະນາ ຈົນຄົນເຂົາຮູ້ກູຫລາຍ

ເເລະເພງທີ່ມັນດັງ ກະຍ້ອນກູ free style

That why ຄົນເອີ້ນກູ tong flow

ແຕ່ກູບໍ່ keep eco

ບໍ່ຄ່ອຍມີຫຍັງຕອນກູເລີ່ມ

ທຸກມື້ນີ້ກູຍັງເປັນຄົນເດີມ

ແລະຄືທຸກເພງທີ່ກູເວົ້າ

ມຶງຢ່າໄປຟັງຄວາມເຂົາເຈົ້າ

ບໍ່ຮູ້ຄວນ shut your mouth

ເຂົາບໍຮູ້ຈັກກະຢ່າເຂົາ

ຍັງເຮັດມັນຄືວັນເກົ່າ

ອັດເພງໃນຫ້ອງຈົນຮອດເຊົ້າ

ອານາຄົດບໍ່ອາດຄາດເດົາ

ປະເທດລາວເເມັງໂຄດອົບເອົ້າ

ອັດເພງໃນ iphone ຕອນກູ alone ສະໝອງມກູແລ່ນ

ເພງມັນຄືທຸກຢ່າງຂອງກູ ສາບານວ່າຕາຍແທນ

ກູບໍ່ເສຍໃຈດອກທີ່ຕອນນັ້ນເຂົາບໍ່ເອົາເປັນແຟນ

ຄິດມາຮອດມື້ນີ້ ຄວນເຮັດໃຫ້ເຂົາເສຍດາຍແທນ

ພັດທະນາຕົນເອງ ເອົາຄວາມລົ້ມເຫຼວມາປັບປຸງ

ກູບໍ່ມັກຢຽດຄົນອື່ນເຖິງຕອນນັ້ນກູຈະຢູ່ສູງ

ກູຍັງເປັນກູຄົນເດີມ ຍັງເປັນບັກຕົງຄື່ເກົາ

ພຽງແຕ່ເພງມັນເຮັດໃຫ້ກູ ມີໂອກາດກວ່າເຂົາເຈົ້າ

ເຮັດມັນມາຕັ້ງຫົກປີ ແຕ່ງແຕ່ກອນກະວີ

ສຳຜັດຕົວທ້າຍ ເຮັດໃຫ້ຄວາມໝາຍມັນດີ

ຂຽນຈາກເລື່ອງຈິງບໍ່ແມ່ນເລື່ອງ comedy

ແລະກູບໍ່ຄິດເຊົາເຮັດເພງ ເຖິງຈະເປັນຄົນ indee

ພະຍາຍາມເຮັດໃຫ້ດີ ເພາະກູຢາກສ້າງບັນຖັດຖານ

ແລະກູຈະເປັນຕຳນານ ໃຫ້ຄົນເອົາຮູບມາແຂນຝາ

ຊີວິດມີຄັ້ງດຽວ ກູບໍ່ເອົາໄປເສຍນຳຢາ

ສາຍເສບຕິດດຽວທີ່ກູມັກ ກໍຄືກະທ້ອມກັບຊາ

ແລະ ກູຍັງຈື່ມື້ທີ່ເຂົາດ່າ

ຕີຕາກູວ່າເປັນຄົນບ້າ

ຄົນມາຢຽດເລື່ອງພາສາ

ແລະ ກູບໍ່ຄິດລົ້ມເລີກ ເພາະກູຈະສ້າງຕຳນານ

ບໍ່ມີທາງຍອມແພ້

ທຸກຄັ້ງທີ່ອ່ອນແອ ຂ້ອຍກອດຕົວເອງ

Dee Roc의 다른 작품

모두 보기logo