ທີ່ເລືອກຈະເປັນແບບນີ້ມັນດີບໍ່?
ຫຼືຖ້າເຮົາບໍ່ເຈີກັນຄົງດີກ່ອນ?
ຊ່ວຍຕອບຂ້ອຍໄດ້ບໍ່?
ຊ່ວຍຕອບຂ້ອຍໄດ້ບໍ່?
ຫຼົງ, ຂ້ອຍອາດຈະຫຼົງຄິດເລື່ອງໂງ່ໆ
ທັງທີ່ເຈົ້າຄືຄວາມຕັ້ງໃຈດຽວໃນໂລກ
ຂໍຢ່າໃຫ້ມັນເປັນພຽງແຄ່ໂຊກ
ທີ່ເຮົາເຈີກັນຂໍໃຫ້ມັນເປັນໂຊກຊະຕາ
ຂ້ອຍປະຕິເສດຄວາມສະບາຍໃຈທີ່ວາດສະໜາມອບໃຫ້
ຂ້ອຍເລືອກຈະສ່ຽງກັບເຈົ້າເຖິງມັນຍາກທີ່ຈະເປັນໄປໄດ້
ຂ້ອຍປະຕິເສດບໍ່ລົງເລີຍ
ໂອກາດຄືໜຶ່ງໃນລ້ານ, ແຕ່ຂ້ອຍພ້ອມຈະສ່ຽງກັບເຈົ້າ
ຮູ້ແຫຼະບໍ່ມີຫຍັງງ່າຍຜິດພາດກໍແຄ່ເລີ່ມໃໝ່
ທຸກຢ່າງຕ້ອງໝົດອາຍຸເເມ້ຄຳວ່າຕະຫຼອດໄປ
ອາດສົມຫວັງມື້ນີ້, ແຕ່ບໍ່ມີຫຍັງກາລັນຕີໄດ້
ຂ້ອຍເລີຍບໍ່ຫວັງວ່າເຈົ້າຈະບໍ່ມີທາງເຮັດຂ້ອຍເສຍໃຈ
ຮູ້ວ່າເລື່ອງລາວຂອງເຮົາມື້ໜຶ່ງຈະເລື່ອນລົບໄປ
(ເລື່ອນລົບອອກໄປ)
ແຕ່ຂ້ອຍຈະຮັກສາໄວ້ຢ່າງໜ້ອຍກໍໄດ້ຄວາມຊົງຈຳໜຶ່ງທີ່ສວຍງາມ
ຂ້ອຍຮູ້ວ່າໂລກບໍ່ໄດ້ໃຈດີຂະໜາດນັ້ນ
ບໍ່ອາດປະທານກິເຫຼດຫຼາກຫຼາຍຄວາມຕ້ອງການ
ຂ້ອຍໄດ້ແຕ່ຄິດເຖິງເລຶ່ອງເກົ່າໆເຖິງຄວາມຮູ້ສືກຂອງມື້ວານ
ເພາະນັ້ນຄືທີ່ຫຼົບໄພແລະໜີຈາກຄວາມເຈັບປວດທໍລະມານ
ທີ່ເລືອກຈະເປັນແບບນີ້ມັນດີບໍ່?
ຫຼືຖ້າເຮົາບໍ່ເຈີກັນຄົງດີກ່ອນ?
ຊ່ວຍຕອບຂ້ອຍໄດ້ບໍ່?
ຊ່ວຍຕອບຂ້ອຍໄດ້ບໍ່?
ຫຼົງ, ຂ້ອຍອາດຈະຫຼົງຄິດເລື່ອງໂງ່ໆ
ທັງທີ່ເຈົ້າຄືຄວາມຕັ້ງໃຈດຽວໃນໂລກ
ຂໍຢ່າໃຫ້ມັນເປັນພຽງແຄ່ໂຊກ
ທີ່ເຮົາເຈີກັນຂໍໃຫ້ມັນເປັນໂຊກຊະຕາ
ທີ່ເລືອກຈະເປັນແບບນີ້ມັນດີບໍ່?
ຫຼືຖ້າເຮົາບໍ່ເຈີກັນຄົງດີກ່ອນ?
ຊ່ວຍຕອບຂ້ອຍໄດ້ບໍ່?
ຊ່ວຍຕອບຂ້ອຍໄດ້ບໍ່?
ຫຼົງ, ຂ້ອຍອາດຈະຫຼົງຄິດເລື່ອງໂງ່ໆ
ທັງທີ່ເຈົ້າຄືຄວາມຕັ້ງໃຈດຽວໃນໂລກ
ຂໍຢ່າໃຫ້ມັນເປັນພຽງແຄ່ໂຊກ
ທີ່ເຮົາເຈີກັນຂໍໃຫ້ມັນເປັນໂຊກຊະຕາ
ຂ້ອຍໂງ່ບໍ່ຖາມໂຕເອງຊ້ຳໆ
ທີ່ຍອມເສຍທຸກຢ່າງເພື່ອບາງຢ່າງເທົ່ານັ້ນ
ອົງປະກອບຂອງຄວາມສຸກຂ້ອຍມີເຈົ້າເປັນສ່ວນສຳຄັນ
ແຕ່ຢ່າແຫຼະ, ຖ້າຫາກສຸດທ້າຍປາຍທາງເຮົາແຍກຈາກກັນ