ຫ່າງໄກເຫຼືອເກີນ
ຍາວນານເຫຼືອເກີນ
ເຈັບປວດເຫຼືອເກີນ
ກວ່າຈະເຖິງ
ທີ່ໄຝ່ຝັນ
ມັນຢູ່ທີ່ໃດ?
ຕ້ອງອີກເທົ່າໃດ?
ເຖິງຈະພຽງພໍ
ຮູ້ສືກໄດ້ວ່າຖືກຫຼອກຈາກໂຊກຊະຕາ
ຫາກະຮູ້ວ່າບໍ່ໄດ້ມີສິ່ງທີ່ຕາມຫາ
ຫຼົງທາງຕັ້ງດົນແຕ່ຫາກໍຮູ້ຕົວ
ໂອ້ບັກໂງ່ຖືກເຂົາເຍາະເຍີ້ຍຊ້ຳ
ຄວາມໝັ້ນໃຈທີ່ເຄີຍສະສົມມານານ
ຕອນນີ້ກາຍຜັນກາຍເປັນບາງຢ່າງທີ່ເອີ້ນວ່າຫລົງຕົວເອງ
ຂ້ອຍບໍ່ໄດ້ເກັ່ງຢ່າຍ້ອງຂ້ອຍເລີຍ, ຂ້ອຍບໍ່ໄດ້ເກັ່ງເລີຍ
ຂ້ອຍແຄ່ຂີ້ແພ້ທີ່ບໍ່ຢາກແພ້ເຫມືອນຂ້ອຍຄົນທີ່ເຄີຍ
ເລີ່ມແຍກບໍ່ອອກເລື່ອງໃດທີ່ມັນໄຮ້ສາລະ
ສະຫລຸບຂ້ອຍຫຼືເຈົ້າກັນແທ້ທີ່ມັນເປັນພາລະ
ຊີວິດຂ້ອຍມີຄ່າຫຼືບໍ່ໃຜທີ່ຕີລາຄາ?
ຂ້ອຍຄົງບໍ່ຕົກນາລົກດອກເພາະຂ້ອຍບໍ່ນັບຖືສາສະໜາ
ຮັບຄວາມຈິງສາ, ຄົນທຳມະດາ
ເຮົາເປັນແຄ່ພຽງຄົນທຳມະດາ
ຄົງບໍ່ພິເສດເຫມືອນທີ່ຕາມຫາ
ຍອມຮັບຄວາມຈິງຄົນທຳມະດາ
ຫ່າງໄກເຫຼືອເກີນ
ຍາວນານເຫຼືອເກີນ
ເຈັບປວດເຫຼືອເກີນ
ກວ່າຈະເຖິງ
ທີ່ໄຝ່ຝັນ
ມັນຢູ່ທີ່ໃດ?
ຕ້ອງອີກເທົ່າໃດ?
ເຖິງຈະພຽງພໍ
ກວ່າຈະເຖິງ
(ເຖິງຈະພຽງພໍ)
ກວ່າຈະເຖິງ
(ເຖິງຈະພຽງພໍ)
ທີ່ໄຝ່ຝັນ
ມັນຢູ່ທີ່ໃດ?
ມັນຢູ່ທີ່ໃດ?