menu-iconlogo
huatong
huatong
dee-roc--cover-image

ແສງສະຫວ່າງ

Dee Rochuatong
serena_wellshuatong
Letra
Gravações
ມືດມົນ... ທີ່ຜ່ານມາ ບໍ່ມີແສງສະຫວ່າງ

ຝືນທົນ... ຈະກ້າວໄປ ຄົງຕ້ອງລົ້ມຂ້າງທາງ

ຄວາມຝັນ... ທີ່ຕາມຫາ ມັນເລີ່ມໄກຫ່າງ

ຍັງຄິດ... ພາວະນາ ວ່າໂລກໃບນີ້ງົດງາມ

ໄດ້ແຕ່ຄິດທົບທວນ ວ່າມື້ໃດເຈີທາງທີ່ດີ

ຄວາມຄິດມັນເລີ່ມປັ່ນປ່ວນ ບໍ່ມີທາງຫວນກັບຄືນມາດີ

ຊີວິດມັນເໝືອນນ້ຳຖ້ວມ ມືດມົວບໍ່ມີຮອດທາງຈະໜີ

ກູພະຍາຍາມລວບລວມ ໃຫ້ກູມອງເຫັນແຕ່ສິ່ງທີ່ດີ

ແຕ່ມັນກໍຈະຝືນທົນ ເບິ່ງກັບໄປບໍ່ມີຮອດແສງໄຟ

ຄວາມມືດມົນມາປົກຄຸມ ບໍ່ເຄີຍເວັ້ນທິດເໜືອຫຼືໃຕ້

ນີ້ລະຊີວິດບໍ່ມີໃຜຜິດ ບໍ່ວ່າຈະກ້າວໄປຢືນຈຸດໃດ

ມັນເປັນວົນວຽນແບບນີ້ ເຖິງມີຄົນຮັກກໍຕ້ອງຈາກໄປ

ຄວາມຝັນເປັນສິ່ງທີ່ດີ ຖ້າເຈີສິ່ງດີກໍຕ້ອງຄວ້າໄວ້

ເຖິງເຈີຊີວິດອັບປີ ກໍຕ້ອງສູ້ຊົນແລ້ວບອກຫົວໃຈ

ຈະມີມື້ໃດມື້ໜຶ່ງ ທີ່ກູກ້າວໄປຈົນຮອດແສງໄຟ

ຖືກຄຳດູຖູກຢຽບຢາມ ກູຈະລົບລ້າງລືມໆມັນໄປ

ກູຕ້ອງມາເຈີແບບນີ້ ເກືອບທັງຊີວິດຂອງກູຕະຫຼອດ

ຢູກັບຕົວເອງຄົນດຽວ ບໍ່ມີຄອບຄົວບໍ່ມີຄົນໃຫ້ກອດ

ກູຕ້ອງໄດ້ສູ້ມັນມາ ແລ້ວບອກຕົວເອງວ່າກູຈະລອດ

ບໍ່ຍອມທີ່ຈະຖອດໃຈ ແລ້ວດິ້ນລົນໄປທີ່ສຸດໃຫ້ຮອດ... ເປົ້າໝາຍ

ມືດມົນ... ທີ່ຜ່ານມາ ບໍ່ມີແສງສະຫວ່າງ

ຝືນທົນ... ຈະກ້າວໄປ ຄົງຕ້ອງລົ້ມຂ້າງທາງ

ຄວາມຝັນ... ທີ່ຕາມຫາ ມັນເລີ່ມໄກຫ່າງ

ຍັງຄິດ... ພາວະນາ ວ່າໂລກໃບນີ່ງົດງາມ

ຢາກລືມຄວາມເຈັບປວດ ໃຫ້ມັນນັ້ນຈະໄດ້ໝົດໄປ

ແຕ່ກູພະຍາຍາມເທົ່າໃດ ກໍເໝືອນມັນຈະເປັນໄປບໍ່ໄດ້

ຕັ້ງໃຈແນມເບິ່ງເປົ້າໝາຍ ມັນກັບເລືອນລາງສະຫາຍໄປ

ມັນເປັນເໝຶອນພາບຄວາມຝັນ ແລ້ວຄ່ອຍຈາງໆສະຫຼາຍອອກໄປ

ຄິດວ່າເປັນສິ່ງໃດສິ່ງໜຶ່ງ ທີ່ພະຍາຍາມຈະສູ້ເພື່ອມັນ

ກູເລີຍເຮັດສິ່ງໃດສິ່ໜຶ່ງ ທີ່ພະຍາຍາມບໍ່ໄດ້ເຖິງມັນ

ແຕ່ມັນເປັນສິ່ງໃດສິ່ງໜຶ່ງ ທີ່ມັນເຮັດໄປບໍ່ໄດ້ຕາມຝັນ

ເຖິງກູຈະພະຍາມເທົ່າໃດ ມັນເລີ່ມຍັບໄກໆອອກໄປ... ເທົ່ານັ້ນ

ກູຕ້ອງມາເຈີແບບນີ້ ເກືອບທັງຊີວິດຂອງກູຕະຫຼອດ

ຢູກັບຕົວເອງຄົນດຽວ ບໍ່ມີຄອບຄົວບໍ່ມີຄົນໃຫ້ກອດ

ກູຕ້ອງໄດ້ສູ້ມັນມາ ແລ້ວບອກຕົວເອງວ່າກູຈະລອດ

ບໍ່ຍອມທີ່ຈະຖອດໃຈ ແລ້ວດິ້ນລົນໄປທີ່ສຸດໃຫ້ຮອດ... ເປົ້າໝາຍ

ໃຫ້ຮອດເປົ້າໝາຍ

ໃຫ້ຮອດເປົ້າໝາຍ

ມືດມົນ... ທີ່ຜ່ານມາ ບໍ່ມີແສງສະຫວ່າງ

ຝືນທົນ... ຈະກ້າວໄປ ຄົງຕ້ອງລົ້ມຂ້າງທາງ

ຄວາມຝັນ... ທີ່ຕາມຫາມັນເລີ່ມໄກຫ່າງ

ຍັງຄິດ... ພາວະນາ ວ່າໂລກໃບນີ້ງົດງາມ

Mais de Dee Roc

Ver todaslogo