menu-iconlogo
huatong
huatong
avatar

ຕື່ນຈາກຝັນ (ตื่นจากฝัน)

BAY6IXhuatong
jelifish1huatong
Тексты
Записи
Lyricist : BAY6IX

Composer : BAY6IX

ໃນຄ່ຳຄືນທີ່ມີພຽງເຮົາທັງສອງແລະດວງຈັນ

ຂ້ອຍຍັງຈຳວັນນັ້ນທີ່ເຈົ້ານັ້ນບອກຈະຫ່າງໄກ

ຕື່ນຂຶ້ນມາເທົ່ານັ້ນ ຂ້ອຍຄິດວ່າມັນພຽງຝັນໄປ

ໂອໃຈເອີຍ

ຕື່ນຂຶ້ນມາຈາກຝັນ ບໍ່ມີເຈົ້ານັ້ນຄຽງຂ້າງກາຍ

ຫລັບຕາລົງຄັ້ງໃດ ກໍ່ເຫັນແຕ່ເຈົ້າຢູ່ເຕັມຫົວໃຈ

ຂ້ອຍຮູ້ວ່າເຈົ້າຕ້ອງໄປ ເມື່ອເຖິງເວລາເຈົ້າກໍ່ຕ້ອງໄປ

ຈະດຶງຈະລັ້ງເຈົ້າໄວ້ເທົ່າໃດ ຄົງເຫລືອແຕ່ນ້ຳຕາ

ຕອນນີ້ເຈົ້າເປັນຈັ່ງໃດຫົວໃຈດວງນີ້ຍັງຄິດເຖິງ

ຂ້ອຍຄິດເຖິງເຈົ້າAll night

ເຖິງຢູ່ຫ່າງໄກຄົນລະຟ້າ

ຂ້ອຍຄິດເຖິງເຈົ້າຮູ້ບໍ່

ທຸກຄຳສັນຍາທີ່ເຈົ້າໄດ້ເຄີຍໃຫ້ໄວ້

ແຕ່ຕອນນີ້ ບໍ່ເຫມືອນເດີມ

ວັນເວລາເຖິງມັນຈະຜ່ານມາເນີນນານ

ໂອ໋ໃຈເຈົ້າເອີຍຍັງຄຳນຶງຫາແລະຕ້ອງການ

ເຄີຍຮັກເທົ່າໃດກໍຍັງຄົງຮັກຕະຫລອດມາ

ຍັງຫ່ວງຫາ ຍັງຄິດເຖິງ...

ຄິດເຖິງຕອນທີ່ເຮົານັ້ນຈັບມືກັນ

ອ້ອມແຂນທີ່ເຄີຍຫມູນນອນ

ຈົນຕອນເຈົ້າບອກລາກັນ

ໃຈຂ້ອຍສັ່ນໄຫວເມື່ອຮູ້ວ່າເຈົ້າຈະຈາກໄປ

ຂ້ອຍເຮັດໄດ້ພຽງແຕ່ຫ່ວງໃຍຈົນວັນສຸດທ້າຍ

ຕອນນີ້ເຈົ້າເປັນຈັ່ງໃດຫົວໃຈດວງນີ້ຍັງຄິດເຖິງ

ຂ້ອຍຄິດເຖິງເຈົ້າAll night

ເຖິງຢູ່ຫ່າງໄກຄົນລະຟ້າ

ຂ້ອຍຄິດເຖິງເຈົ້າຮູ້ບໍ່

ທຸກຄຳສັນຍາທີ່ເຈົ້າໄດ້ເຄີຍໃຫ້ໄວ້

ແຕ່ຕອນນີ້ ບໍ່ເຫມືອນເດີມ

ຕອນນີ້ເຈົ້າເປັນຈັ່ງໃດຫົວໃຈດວງນີ້ຍັງຄິດເຖິງ

ຂ້ອຍຄິດເຖິງເຈົ້າAll night

ເຖິງຢູ່ຫ່າງໄກຄົນລະຟ້າ

ຂ້ອຍຄິດເຖິງເຈົ້າຮູ້ບໍ່

ທຸກຄຳສັນຍາທີ່ເຈົ້າໄດ້ເຄີຍໃຫ້ໄວ້

ແຕ່ຕອນນີ້ ບໍ່ເຫມືອນເດີມ

ຕອນນີ້ເຈົ້າເປັນຈັ່ງໃດຫົວໃຈດວງນີ້ຍັງຄິດເຖິງ

ຂ້ອຍຄິດເຖິງເຈົ້າAll night

ເຖິງຢູ່ຫ່າງໄກຄົນລະຟ້າ

ຂ້ອຍຄິດເຖິງເຈົ້າຮູ້ບໍ່

ທຸກຄຳສັນຍາທີ່ເຈົ້າໄດ້ເຄີຍໃຫ້ໄວ້

ແຕ່ຕອນນີ້ ບໍ່ເຫມືອນເດີມ

Еще от BAY6IX

Смотреть всеlogo

Тебе Может Понравиться